1. ບໍລິການທີ່ພວກເຮົາຈັດໃຫ້
ພາລະກິດຂອງພວກເຮົາແມ່ນເພື່ອມອບອຳນາດໃຫ້ຜູ້ຄົນ ໃນການສ້າງຊຸມຊົນ ແລະ ເຮັດໃຫ້ໂລກຍັບເຂົ້າໃກ້ກັນຫຼາຍຂຶ້ນ. ເພື່ອຊ່ວຍພັດທະນາພາລະກິດນີ້, ພວກເຮົາສະໜອງຜະລິດຕະພັນ ແລະ ບໍລິການທີ່ອະທິບາຍໄວ້ຢູ່ຂ້າງລຸ່ມນີ້:
1.1 ສະໜອງປະສົບການທີ່ເຮັດເປັນສ່ວນຕົວສຳລັບທ່ານ:
ປະສົບການຂອງທ່ານເທິງ Facebook ບໍ່ຄືກັບຄົນອື່ນ: ຈາກໂພສ, ສະຕໍຣີ, ງານກິດຈະກຳ, ໂຄສະນາ ແລະ ເນື້ອຫາອື່ນໆທີ່ທ່ານເຫັນຢູ່ໜ້າຟີດຂອງ Facebook ຫຼື ແພລັດຟອມວິດີໂອຂອງພວກເຮົາໄປຫາເພຈ Facebook ທີ່ທ່ານຕິດຕາມ ແລະ ຄຸນສົມບັດອື່ນໆທີ່ທ່ານອາດນໍາໃຊ້ ເຊັ່ນ: Facebook Marketplace ແລະ ການຊອກຫາ. ຕົວຢ່າງ: ພວກເຮົານໍາໃຊ້ຂໍ້ມູນກ່ຽວກັບການເຊື່ອມຕໍ່ທີ່ທ່ານດຳເນີນການ, ຕົວເລືອກ ແລະ ການຕັ້ງຄ່າທີ່ທ່ານເລືອກ ແລະ ສິ່ງທີ່ທ່ານແບ່ງປັນ ແລະ ເຮັດຢູ່ໃນ ແລະ ນອກຜະລິດຕະພັນຂອງພວກເຮົາ - ເພື່ອປັບແຕ່ງຄວາມເປັນສ່ວນຕົວສຳລັບປະສົບການຂອງທ່ານ.
1.2 ເຊື່ອມຕໍ່ທ່ານກັບຜູ້ຄົນ ແລະ ອົງກອນທີ່ທ່ານສົນໃຈ:
ພວກເຮົາຈະຊ່ວຍໃຫ້ທ່ານຊອກຫາ ແລະ ເຊື່ອມຕໍ່ກັບຄົນ, ກຸ່ມ, ທຸລະກິດ, ອົງກອນ ແລະ ຄົນອື່ນທີ່ມີຄວາມສໍາຄັນກັບທ່ານໃນທົ່ວຜະລິດຕະພັນຂອງ Meta ທີ່ທ່ານໃຊ້. ພວກເຮົາໃຊ້ຂໍ້ມູນເພື່ອສ້າງຄໍາແນະນໍາໃຫ້ແກ່ທ່ານ ແລະ ຄົນອື່ນ - ຕົວຢ່າງ: ກຸ່ມທີ່ຈະເຂົ້າຮ່ວມ, ງານກິດຈະກໍາທີ່ຈະເຂົ້າຮ່ວມ, ເພຈ Facebook ທີ່ຈະຕິດຕາມ ຫຼື ສົ່ງຂໍ້ຄວາມໄປຫາ, ລາຍການຮັບຊົມ ແລະ ຄົນທີ່ທ່ານອາດຈະຕ້ອງການເປັນໝູ່. ສາຍສຳພັນທີ່ເຂັ້ມແຂງຂຶ້ນຈະສ້າງໃຫ້ຊຸມຊົນດີຂຶ້ນ ແລະ ພວກເຮົາເຊື່ອວ່າການບໍລິການຂອງພວກເຮົາເປັນປະໂຫຍດທີ່ສຸດເມື່ອຜູ້ຄົນເຊື່ອມຕໍ່ກັບຜູ້ຄົນ, ກຸ່ມ ແລະ ອົງກອນທີ່ພວກເຂົາສົນໃຈ.
1.3 ໃຫ້ທ່ານມີອຳນາດໄດ້ສະແດງຕົນເອງ ແລະ ສື່ສານສິ່ງທີ່ສຳຄັນສຳລັບທ່ານ:
ມີຫຼາຍວິທີທີ່ຈະສະແດງຕົນເອງຢູ່ Facebook ເພື່ອສື່ສານກັບໝູ່, ຄອບຄົວ ແລະ ຄົນອື່ນກ່ຽວກັບສິ່ງທີ່ສໍາຄັນສໍາລັບທ່ານ - ຕົວຢ່າງ: ການແບ່ງປັນເພື່ອອັບເດດສະຖານະ, ຮູບພາບ, ວິດີໂອ ແລະ ສະຕໍຣີ່ທົ່ວຜະລິດຕະພັນຂອງ Meta (ສອດຄ່ອງກັບການຕັ້ງຄ່າຂອງທ່ານ), ການສົ່ງຂໍ້ຄວາມ ຫຼື ການໂທສຽງ ຫຼື ການໂທດ້ວຍວິດີໂອໄປຫາໝູ່ ຫຼື ຫຼາຍຄົນ, ການສ້າງງານກິດຈະກຳ ຫຼື ກຸ່ມ ຫຼື ການເພີ່ມເນື້ອຫາໃສ່ໂປຣໄຟລ໌ຂອງທ່ານ ພ້ອມທັງສະແດງໃຫ້ທ່ານຮູ້ຂໍ້ມູນເຈາະເລິກກ່ຽວກັບວິທີທີ່ຄົນອື່ນມີສ່ວນຮ່ວມກັບເນື້ອຫາຂອງທ່ານ. ພວກເຮົາຍັງໄດ້ພັດທະນາ ແລະ ສືບຕໍ່ຄົ້ນຫາວິທີການໃໝ່ໆເພື່ອໃຫ້ຜູ້ຄົນໄດ້ນໍາໃຊ້ເຕັກໂນໂລຊີ ເຊັ່ນ: ຄວາມເປັນຈິງແບບຂະຫຍາຍ ແລະ ວິດີໂອ 360 ເພື່ອສ້າງ ແລະ ແບ່ງປັນເນື້ອຫາທີ່ສະແດງອອກ ແລະ ມີສ່ວນຮ່ວມຫຼາຍຂຶ້ນຢູ່ໃນຜະລິດຕະພັນຂອງ Meta.
1.4 ຊ່ວຍໃຫ້ທ່ານຄົ້ນພົບເນື້ອຫາ, ຜະລິດຕະພັນ ແລະ ການບໍລິການທີ່ທ່ານອາດຈະສົນໃຈ:
ພວກເຮົາສະແດງໃຫ້ທ່ານເຫັນໂຄສະນາທີ່ເຮັດເປັນສ່ວນຕົວ, ຂໍ້ສະເໜີ ແລະ ເນື້ອຫາອື່ນໆທີ່ໄດ້ຮັບການສະໜັບສະໜູນ ຫຼື ເນື້ອຫາທາງການຄ້າ ເພື່ອຊ່ວຍໃຫ້ທ່ານຄົ້ນພົບເນື້ອຫາ, ຜະລິດຕະພັນ ແລະ ບໍລິການທີ່ນໍາສະເໜີໂດຍຫຼາຍທຸລະກິດ ແລະ ອົງກອນທີ່ໃຊ້ Facebook ແລະ ຜະລິດຕະພັນອື່ນໆຂອງ Meta. ມາດຕາ 2 ຂ້າງລຸ່ມນີ້ອະທິບາຍສິ່ງນີ້ເປັນລາຍລະອຽດເພີ່ມເຕີມ.
1.5 ສົ່ງເສີມຄວາມປອດໄພ, ຄວາມໝັ້ງຄົງ ແລະ ຄວາມສົມບູນໃນບໍລິການຂອງພວກເຮົາ, ຕໍ່ສູ້ກັບການປະພຶດທີ່ເປັນອັນຕະລາຍ ແລະ ຮັກສາໃຫ້ຊຸມຊົນຜູ້ໃຊ້ຂອງພວກເຮົາປອດໄພ:
ຜູ້ຄົນພຽງແຕ່ຈະສ້າງຊຸມຊົນໃນຜະລິດຕະພັນຂອງ Meta ເທົ່ານັ້ນ ຖ້າພວກເຂົາມີຄວາມຮູ້ສຶກປອດໄພ ແລະ ໝັ້ນຄົງ. ພວກເຮົາເຮັດວຽກຢ່າງໜັກເພື່ອຮັກສາຄວາມປອດໄພ (ລວມທັງຄວາມພ້ອມເພື່ອໃຫ້ບໍລິການ, ຄວາມຖືກຕ້ອງ, ຄວາມສົມບູນ ແລະ ການຮັກສາຄວາມລັບ) ໃນຜະລິດຕະພັນ ແລະ ບໍລິການຂອງພວກເຮົາ. ພວກເຮົາຈ້າງທີມງານທີ່ມຸ່ງໝັ້ນໃນທົ່ວໂລກ, ເຮັດວຽກຮ່ວມກັບຜູ້ໃຫ້ບໍລິການພາຍນອກ, ຜູ້ຮ່ວມມື ແລະ ໜ່ວຍງານອື່ນໆທີ່ກ່ຽວຂ້ອງ ແລະ ພັດທະນາລະບົບເຕັກນິກຂັ້ນສູງ ເພື່ອກວດຫາການໃຊ້ຜະລິດຕະພັນຂອງພວກເຮົາໃນທາງທີ່ຜິດ, ການປະພຶດທີ່ເປັນອັນຕະລາຍຕໍ່ຄົນອື່ນ ແລະ ສະຖານະການທີ່ພວກເຮົາສາມາດຊ່ວຍສະໜັບສະໜູນ ຫຼື ປົກປ້ອງຊຸມຊົນພວກເຮົາ, ເຊິ່ງລວມເຖິງການຕອບກັບລາຍງານຂອງຜູ້ໃຊ້ກ່ຽວກັບເນື້ອຫາທີ່ອາດລະເມີດ. ຖ້າພວກເຮົາຮູ້ເນື້ອຫາ ຫຼື ການປະພຶດເຊັ່ນນີ້, ພວກເຮົາອາດດໍາເນີນການຢ່າງເໝາະສົມໂດຍອີງໃສ່ການປະເມີນຂອງພວກເຮົາເຊິ່ງອາດລວມເຖິງ - ການແຈ້ງໃຫ້ທ່ານຮັບຊາບ, ການສະເໜີການຊ່ວຍເຫຼືອ, ການລຶບເນື້ອຫາອອກ, ການລຶບ ຫຼື ການຈໍາກັດການເຂົ້າເຖິງຄຸນສົມບັດບາງຢ່າງ, ການປິດໃຊ້ງານບັນຊີ ຫຼື ການຕິດຕໍ່ກັບຝ່າຍບັງຄັບໃຊ້ກົດໝາຍ. ພວກເຮົາແບ່ງປັນຂໍ້ມູນທົ່ວ ບໍລິສັດຕ່າງໆຂອງ Meta ເມື່ອພວກເຮົາກວດພົບການໃຊ້ໃນທາງທີ່ຜິດ ຫຼື ການປະພຶດທີ່ເປັນອັນຕະລາຍຂອງຜູ້ໃດຜູ້ໜຶ່ງທີ່ໃຊ້ໜຶ່ງໃນຜະລິດຕະພັນຂອງພວກເຮົາ ຫຼື ເພື່ອຊ່ວຍຮັກສາຜະລິດຕະພັນຂອງ Meta, ຜູ້ໃຊ້ ແລະ ຊຸມຊົນໃຫ້ມີຄວາມປອດໄພ. ຕົວຢ່າງ: ພວກເຮົາແບ່ງປັນຂໍ້ມູນກັບບໍລິສັດຂອງ Meta ທີ່ສະໜອງຜະລິດຕະພັນ ແລະ ບໍລິການທາງການເງິນເພື່ອຊ່ວຍໃຫ້ພວກເຂົາສົ່ງເສີມຄວາມປອດໄພ, ຄວາມໝັ້ງຄົງ ແລະ ຄວາມສົມບູນ ແລະ ປະຕິບັດຕາມກົດໝາຍທີ່ມີຜົນນໍາໃຊ້. Meta ອາດຈະເຂົ້າເຖິງ, ຮັກສາ, ນໍາໃຊ້ ແລະ ແບ່ງປັນຂໍ້ມູນໃດໆທີ່ເກັບກໍາກ່ຽວກັບທ່ານບ່ອນທີ່ມີຄວາມເຊື່ອໂດຍສຸຈະລິດທີ່ກົດໝາຍກໍານົດ ຫຼື ອະນຸຍາດໃຫ້ເຮັດເຊັ່ນນັ້ນ. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາທົບທວນຄືນ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາ. ໃນບາງກໍລະນີ, ຄະນະກຳມະການກຳກັບດູແລອາດຈະກວດສອບການຕັດສິນໃຈຂອງພວກເຮົາ, ໂດຍຂຶ້ນກັບຂໍ້ກຳນົດ ແລະ ກົດໝາຍປະກອບຂອງຕົນ. ສຶກສາເພີ່ມເຕີມ ຢູ່ບ່ອນນີ້. 1.6 ນຳໃຊ້ ແລະ ພັດທະນາເຕັກໂນໂລຊີຂັ້ນສູງເພື່ອໃຫ້ບໍລິການທີ່ປອດໄພ ແລະ ໃຊ້ງານໄດ້ສຳລັບທຸກຄົນ:
ພວກເຮົານຳໃຊ້ ແລະ ພັດທະນາເຕັກໂນໂລຊີຂັ້ນສູງ - ເຊັ່ນ: ປັນຍາປະດິດ, ລະບົບການຮຽນຮູ້ຂອງເຄື່ອງຈັກ ແລະ ຄວາມເປັນຈິງແບບຂະຫຍາຍ - ເພື່ອໃຫ້ຜູ້ຄົນສາມາດນຳໃຊ້ຜະລິດຕະພັນຂອງພວກເຮົາໄດ້ຢ່າງປອດໄພ ໂດຍບໍ່ຄຳນຶງເຖິງຄວາມສາມາດທາງກາຍະພາບ ຫຼື ທີ່ຕັ້ງພູມສາດ. ຕົວຢ່າງ: ເຕັກໂນໂລຊີແບບນີ້ຈະຊ່ວຍໃຫ້ຄົນພິການທາງສາຍຕາເຂົ້າໃຈສິ່ງທີ່ຢູ່ໃນຮູບພາບ ຫຼື ວິດີໂອທີ່ແບ່ງປັນຢູ່ Facebook ຫຼື Instagram. ພວກເຮົາຍັງສ້າງເຄືອຂ່າຍ ແລະ ເຕັກໂນໂລຊີດ້ານການສື່ສານທີ່ຊັບຊ້ອນ ເພື່ອຊ່ວຍໃຫ້ຜູ້ຄົນເຊື່ອມຕໍ່ອິນເຕີເນັດໄດ້ຫຼາຍຂຶ້ນໃນພື້ນທີ່ທີ່ມີການເຂົ້າເຖິງຢ່າງຈໍາກັດ. ແລະ ພວກເຮົາພັດທະນາລະບົບອັດຕະໂນມັດ ເພື່ອປັບປຸງຄວາມສາມາດຂອງພວກເຮົາໃນການກວດຈັບ ແລະ ລຶບກິດຈະກໍາທີ່ເປັນການລ່ວງລະເມີດ ແລະ ເປັນອັນຕະລາຍເຊິ່ງອາດຈະສ້າງຄວາມເສຍຫາຍຕໍ່ຊຸມຊົນຂອງພວກເຮົາ ແລະ ຄວາມສົມບູນໃນຜະລິດຕະພັນຂອງພວກເຮົາໄດ້.
1.7 ຄົ້ນຄວ້າວິທີການເພື່ອເຮັດໃຫ້ການບໍລິການຂອງພວກເຮົາດີຂຶ້ນ:
ພວກເຮົາມີສ່ວນຮ່ວມໃນການຄົ້ນຄວ້າເພື່ອພັດທະນາ, ທົດສອບ ແລະ ປັບປຸງຜະລິດຕະພັນຂອງພວກເຮົາ. ສິ່ງນີ້ລວມເຖິງການວິເຄາະຂໍ້ມູນທີ່ພວກເຮົາມີກ່ຽວກັບຜູ້ໃຊ້ຂອງພວກເຮົາ ແລະ ຄວາມເຂົ້າໃຈກ່ຽວກັບວິທີທີ່ຄົນໃຊ້ຜະລິດຕະພັນຂອງພວກເຮົາ, ຕົວຢ່າງ: ໂດຍດໍາເນີນການສໍາຫຼວດ ແລະ ການທົດສອບ ແລະ ການແກ້ໄຂບັນຫາຄຸນສົມບັດໃໝ່. ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາຈະອະທິບາຍວິທີທີ່ພວກເຮົາໃຊ້ຂໍ້ມູນເພື່ອສະໜັບສະໜູນການຄົ້ນຄວ້ານີ້ເພື່ອຈຸດປະສົງໃນການພັດທະນາ ແລະ ການປັບປຸງບໍລິການຂອງພວກເຮົາ. 1.8 ໃຫ້ປະສົບການທີ່ສອດຄ່ອງກັນ ແລະ ລື່ນໄຫຼທົ່ວຜະລິດຕະພັນຂອງບໍລິສັດ Meta:
ຜະລິດຕະພັນຂອງພວກເຮົາຊ່ວຍໃຫ້ທ່ານຊອກຫາ ແລະ ເຊື່ອມຕໍ່ກັບຄົນ, ກຸ່ມ, ທຸລະກິດ, ອົງກອນ ແລະ ຄົນອື່ນທີ່ມີຄວາມສໍາຄັນກັບທ່ານ. ພວກເຮົາອອກແບບລະບົບຂອງພວກເຮົາເພື່ອໃຫ້ປະສົບການຂອງທ່ານນັ້ນສອດຄ່ອງກັນ ແລະ ລື່ນໄຫຼທົ່ວ ຜະລິດຕະພັນຕ່າງໆຂອງບໍລິສັດ Meta ທີ່ທ່ານນຳໃຊ້. ຕົວຢ່າງ: ພວກເຮົາໃຊ້ຂໍ້ມູນກ່ຽວກັບຄົນທີ່ທ່ານມີສ່ວນຮ່ວມນໍາເທິງ Facebook ເພື່ອເຮັດໃຫ້ທ່ານເຊື່ອມຕໍ່ກັບພວກເຂົາເທິງ Instagram ຫຼື Messenger ໄດ້ງ່າຍຂຶ້ນ ແລະ ພວກເຮົາຊ່ວຍໃຫ້ທ່ານສາມາດສື່ສານກັບຫົວໜ່ວຍທຸລະກິດທີ່ທ່ານຕິດຕາມເທິງ Facebook ຜ່ານ Messenger ໄດ້. 1.9 ການຮັບປະກັນການເຂົ້າເຖິງບໍລິການຂອງພວກເຮົາ:
ເພື່ອປະຕິບັດບໍລິການທົ່ວໂລກຂອງພວກເຮົາ ແລະ ເຮັດໃຫ້ທ່ານສາມາດເຊື່ອມຕໍ່ກັບຄົນທົ່ວໂລກໄດ້, ພວກເຮົາຈໍາເປັນຕ້ອງໂອນ, ເກັບຮັກສາ ແລະ ແຈກຢາຍເນື້ອຫາ ແລະ ຂໍ້ມູນໃຫ້ກັບສູນຂໍ້ມູນ, ຄູ່ຮ່ວມມື, ຜູ້ໃຫ້ບໍລິການ, ຜູ້ຂາຍ ແລະ ລະບົບທົ່ວໂລກຂອງພວກເຮົາ, ລວມທັງນອກປະເທດທີ່ທ່ານຢູ່ອາໄສ. ການນໍາໃຊ້ພື້ນຖານໂຄງລ່າງທົ່ວໂລກນີ້ເປັນສິ່ງຈໍາເປັນ ແລະ ສຳຄັນເພື່ອສະໜອງບໍລິການຂອງພວກເຮົາ. ພື້ນຖານໂຄງລ່າງນີ້ອາດຢູ່ໃນຄວາມເປັນເຈົ້າຂອງ, ການດໍາເນີນການ ຫຼື ການຄວບຄຸມຂອງ Meta Platforms, Inc., Meta Platforms Ireland Limited ຫຼື ບໍລິສັດໃນເຄືອຂອງເຂົາເຈົ້າ.